ລາງວັນເພື່ອຄວາມຍຸຕິທຳ

ເກົາຫຼີເໜືອ

ເພື່ອສະໜັບສະໜູນຄວາມພະຍາຍາມສາກົນໃນການຂັດຂວາງກິດຈະກຳທີ່ຜິດກົດໝາຍຕ່າງໆຂອງ ເກົາຫຼີເໜືອ, ໂຄງການລາງວັນເພື່ອຄວາມຍຸຕິທຳ (RFJ) ຂອງ ກະຊວງການຕ່າງປະເທດມອບລາງວັນສູງເຖິງ 5 ລ້ານໂດລາ ສຳລັບຂໍ້ມູນທີ່ນຳໄປສູ່ການຂັດຂວາງກົນໄກທາງດ້ານການເງິນຂອງບຸກຄົນທີ່ມີສ່ວນຮ່ວມໃນກິດຈະກຳໜຶ່ງໆທີ່ສະໜັບສະໜູນປະເທດ ເກົາຫຼີເໜືອ, ລວມທັງ ການຟອກເງິນ, ການສົ່ງອອກສິນຄ້າລາຄາແພງໄປຍັງ ເກົາຫຼີເໜືອ, ກິດຈະກຳ ໄຊເບີຣສະເພາະ ແລະ ການກະທຳທີ່ສະໜັບສະໜູນການເພີ່ມຂະຫຍາຍ ອາວຸດອານຸພາບທຳລາຍລ້າງສູງ (WMD).

ທາງກະຊວງກຳລັງຊອກຫາຂໍ້ມູນກ່ຽວກັບ, ລະຫວ່າງສິ່ງຕ່າງໆ:

ການຂາຍ ແລະ ຂົນສົ່ງອາວຸດ:

RFJ ກຳລັງຊອກຫາຂໍ້ມູນໃນການສົ່ງອອກຈາກ ເກົາຫຼີເໜືອ ກ່ຽວກັບອາວຸດກ່ຽວຂ້ອງກັບການທະຫານ ແລະ ລາຍການອື່ນໆ ໃຫ້ກັບ ນິຕິບຸກຄົນ ຫລື ບຸກຄົນ, ລວມເຖິງການຂົນສົ່ງລາຍການດັ່ງກ່າວຈາກ ເກົາຫຼີເໜືອ.

ການປະຕິບັດການທາງໄຊເບີ້:

RFJ ກຳລັງຊອກຫາຂໍ້ມູນສຳລັບຜູ້ທີ່ພະຍາຍາມເຮັດລະບົບຄວາມປອດໄພດ້ານໄຊເບີ້ມີຄວາມອ່ອນແອລົງ, ລວມເຖິງ ສະຖາບັນທາງການເງິນ ແລະ ການແລກປ່ຽນສະກຸນເງິນຄຣິບໂຕ (cryptocurrency) ໃນທົ່ວໂລກ, ສຳລັບຜົນປະໂຫຍດຂອງລັດຖະບານປະເທດ ເກົາຫຼີເໜືອ.

ການເຄື່ອນຍ້າຍສິນຄ້າຈາກເຮືອສູ່ເຮືອ:

RFJ ກຳລັງຊອກຫາຂໍ້ມູນ ການເຄື່ອນຍ້າຍຖ່ານຫີນຈາກເຮືອສູ່ເຮືອ ເຊິ່ງຕົ້ນທາງແມ່ນ ເກົາຫຼີເໜືອ ຫລື ການຂົນສົ່ງນ້ຳມັນດິບ ຫລື ຜະລິດຕະພັນເປໂຕຣລຽມໄປຍັງ ເກົາຫຼີເໜືອ.

ແຮງງານ ເກົາຫຼີເໜືອ:

RFJ ກຳລັງຊອກຫາຂໍ້ມູນກ່ຽວກັບຄົນສັນຊາດ ເກົາຫຼີເໜືອ ຜູ້ທີ່ຖືກສົ່ງອອກນອກ ເກົາຫຼີເໜືອເພື່ອເຮັດວຽກຫາເງິນໃຫ້ ລັດຖະບານ ເກົາຫຼີເໜືອ, ລວມທັງຂໍ້ມູນບັນດາບໍລິສັດ ແລະ ບຸກຄົນທີ່ວ່າຈ້າງພວກເຂົາ ຫລື ອຳນວຍຄວາມສະດວກແກ່ກິດຈະກຳຂອງພວກເຂົາຢູ່ນອກປະເທດ ເກົາຫຼີເໜືອ.

ການຟອກເງິນ:

RFJ ກຳລັງຊອກຫາຂໍ້ມູນກ່ຽວກັບ ການຟອກເງິນເພື່ອສະໜັບສະໜູນ ລັດຖະບານ ເກົາຫຼີເໜືອ. ນີ້ສາມາດລວມທັງຂໍ້ມູນກ່ຽວກັບການເຄື່ອນທີ່ຂອງສະກຸນເງິນ, ສະກຸນເງິນສະເໝືອນ, ກ່ຽວພັນກັບປະເທດ ຫລື ນິຕິບຸກຄົນທີ່ເຊື່ອມໂຍງກັບ ເກົາຫຼີເໜືອ, ລວມທັງບັນຊີທະນາຄານໃດໜຶ່ງທີ່ຢູ່ຕ່າງປະເທດ ເຊິ່ງໃຊ້ໂດຍ ເກົາຫຼີເໜືອ ຫລື ສຳລັບຜົນປະໂຫຍດຂອງ ເກົາຫຼີເໜືອ, ກໍ່ຄື ບໍລິສັດແນວໜ້າ ຫລື ບໍລິສັດໂຄເວີ ທີ່ດຳເນີນກິດຈະການຕາງໜ້າ ເກົາຫຼີເໜືອ ແລະ ມີການເຂົ້າເຖິງ ລະບົບກການເງິນລະຫວ່າງປະເທດ.

ຢາເສບຕິດ ແລະການປອມແປງ:

RFJ ກຳລັງຊອກຫາຂໍ້ມູນການຄ້າຢາເສບຕິດ, ການປອມແປງສິນຄ້າ ຫລື ສະກຸນເງິນ ແລະ ການລັກລອບຂົນເງິນສົດຈຳນວນມະຫາສານ ເຊິ່ງສະໜັບສະໜູນ ລັດຖະບານ ເກົາຫຼີເໜືອ.

ສິນຄ້າລາຄາແພງ:

RFJ ກຳລັງຊອກຫາຂໍ້ມູນການຂົນສົ່ງ ຫລື ຂົນຖ່າຍສິ່ງຂອງລາຄາແພງເຂົ້າປະເທດ ສປປ ເກົາຫຼີ (DPRK), ເຊິ່ງລວມເຖິງ ລົດຍົນຫຼູ, ເຄື່ອງນຸ່ງລາຄາແພງ, ເຄື່ອງປະດັບ, ເຫຼົ້າ, ຢາສູບ, ນ້ຳຫອມ, ຫລື ລາຍການທີ່ຄ້າຍຄືກັນອື່ນໆທີ່ອາດສົ່ງໄປໃຫ້ກຸ່ມຄົນຮັ່ງມີ ແລະມີອິດທິພົນຂອງລັດຖະບານ.

ການລະເມີດສິດທິມະນຸດ:

RFJ ກຳລັງຊອກຫາຂໍ້ມູນກ່ຽວກັບ ການລະເມີດສິດທິມະນຸດອັນຮ້າຍແຮງ ລັດຖະບານ ເກົາຫຼີເໜືອ.

02

ຂໍ້ມູນ

ທາງກະຊວງໄດ້ອະນຸມັດເປັນພິເສດໃນການໃຫ້ລາງວັນສູງເຖິງ 5 ລ້ານໂດລາສຳລັບເບາະແສນຳໄປສູ່ ການຂັດຂວາງກົນໄກທາງການເງິນຂອງບຸກຄົນ ຫລື ອົງກອນທີ່ມີສ່ວນຮ່ວມໃນການດຳເນີນການຕາມທີ່ກຳນົດໃນຂໍ້ກົດໝາຍ 104(a) ແລະ 104(b)(1) ກ່ຽວກັບການດຳເນີນການເພີ່ມທະວີທາງນະໂຍບາຍ ແລະ ການຂວ້ຳບາດຕໍ່ ເກົາຫຼີເໜືອປີ 2016 (NKSPEA). ຂໍ້ກົດໝາຍ 104(a) ກ່ຽວກັບ NKSPEA ກວມເອົາການດຳເນີນການທີ່ເຮັດໂດຍ ບຸກຄົນ ຫລື ອົງກອນຜູ້ທີ່:

01

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ນຳເຂົ້າ, ສົ່ງອອກ ຫລື ການສົ່ງອອກຕໍ່ໄປໃຫ້, ເຂົ້າໃນ ຫລື ອອກຈາກ ເກົາຫຼີເໜືອສຳລັບສິນຄ້າ, ການບໍລິການ ຫລື ເທັກໂນໂລຊີ ໃດໜຶ່ງທີ່ຖືກຄວບຄຸມໃນການສົ່ງອອກໂດຍ ສະຫະລັດອາເມລິກາ ເນື່ອງຈາກວ່າ ການນຳໃຊ້ ສິນຄ້າ, ການບໍລິການ ຫຼື ເທັກໂນໂລຊີດັ່ງກ່າວສຳລັບ ອາວຸດທີ່ມີອານຸພາບທຳລາຍລ້າງສູງ ຫລື ລະບົບການນຳສົ່ງ ສຳລັບອາວຸດດັ່ງກ່າວ ແລະ ການຊ່ວຍເຫລືອດ້ານພັດສະດຸເພື່ອການນຳໃຊ້, ການພັດທະນາ, ການຜະລິດ, ການຄອບຄອງ ຫລື ການຊື້ໂດຍບຸກຄົນໃດໜຶ່ງ ສຳລັບອາວຸດນິວເຄຼຍ,ອາວຸດລັງສີ, ອາວຸດເຄມີ ຫລື ອາວຸດຊີວະພາບ ຫລື ອຸປະກອນ ຫລື ລະບົບໃດໜຶ່ງທີ່ອອກແບບມາທັງໝົດ ຫລື ບາງສ່ວນເພື່ອນຳສົ່ງອາວຸດດັ່ງກ່າວ;

02

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ໃຫ້ການຝຶກອົບຮົມ, ແນະນຳ ຫລື ການບໍລິການ ຫຼື ການຊ່ວຍເຫຼືອອື່ນ, ຫຼື ການມີສ່ວນຮ່ວມໃນການທຸລະກຳທາງການເງິນທີ່ສຳຄັນ, ກ່ຽວຂ້ອງກັບການຜະລິດ, ການບຳລຸງຮັກສາ ຫລື ໃຊ້ອາວຸດດັ່ງກ່າວໃດໜຶ່ງ, ອຸປະກອນ ຫຼື ລະບົບເພື່ອນຳເຂົ້າ, ສົ່ງອອກ ຫລື ສົ່ງອອກຕໍ່ໃຫ້, ເຂົ້າໃນ ຫລື ຈາກ ເກົາຫຼີເໜືອ;

03

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ນຳເຂົ້າ, ສົ່ງອອກ, ຫລື ສົ່ງອອກຕໍ່ ສິນຄ້າລາຄາແພງ ໃຫ້ ຫລື ເຂົ້າໃນປະເທດ ເກົາຫຼີເໜືອ;

04

ໂດຍຕັ້ງໃຈໃນການມີສ່ວນຮ່ວມໃນ, ຮັບຜິດຊອບຕໍ່, ຫລື ອຳນວຍຄວາມສະດວກໃນການກວດສອບ ຫຼື ເຊັນເຊີ ໂດຍ ລັດຖະບານເກົາຫຼີເໜືອ;

05

ໂດຍຕັ້ງໃຈໃນການມີສ່ວນຮ່ວມ, ຮັບຜິດຊອບຕໍ່, ຫຼື ອຳນວຍຄວາມສະດວກຕໍ່ ການລະເມີດສິດທິມະນຸດທີ່ຮຸນແຮງໂດຍ ລັດຖະບານ ເກົາຫຼີເໜືອ;

06

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ມີສ່ວນຮ່ວມໃນ ການຟອກເງິນ, ການປອມແປງສິນຄ້າ ຫຼື ສະກຸນເງິນ, ການລັກລອບຂົນເງິນສົດຈຳນວນມະຫາສານ ຫລື ການຄ້າຢາເສບຕິດທີ່ສະໜັບສະໜູນ ລັດຖະບານເກົາຫຼີເໜືອ ຫລື ພະນັກງານຂັ້ນສູງ ຫລື ບຸກຄົນໃດໜຶ່ງທີ່ກະທຳເພື່ອ ຫລື ເປັນຕົວແທນ ລັດຖະບານເກົາຫຼີເໜືອ;

07

ມີສ່ວນຮ່ວມໃນກິດຈະກຳທີ່ສຳຄັນໂດຍຕັ້ງໃຈ ເພື່ອການເຮັດໃຫ້ຄວາມປອດໄພດ້ານໄຊເບີ້ອ່ອນແອໂດຍການນຳໃຊ້ ເຄືອຂ່າຍ ຫລື ລະບົບ ຄອມພິວເຕີ ຕໍ່ຄົນຕ່າງປະເທດ, ລັດຖະບານ ຫລື ອົງກອນອື່ນຕາງໜ້າ ລັດຖະບານເກົາຫຼີເໜືອ;

08

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ຂາຍ, ສະໜອງສິນຄ້າ ຫລື ໂອນຖ່າຍຫາ ຫລື ອອກຈາກ ລັດຖະບານເກົາຫຼີເໜືອ ຫລື ບຸກຄົນໃດໜຶ່ງທີ່ເຮັດໜ້າທີ່ຕາງໜ້າລັດຖະບານນັ້ນ, ໂລຫະມີຄ່າຈຳນວນຫລວງຫລາຍ, ກົ່ວດຳ, ວັດຖຸດິບ ຫລື ໂລກະ ຫລື ອາລູມິນຽມ ເຄິ່ງສຳເລັດຮູບ, ເຫລັກ, ຖ່ານຫີນ ຫລື ຊອບແວ, ເພື່ອໃຊ້ໂດຍ ຫລື ໃນການປຸງແຕ່ງອຸດສາຫະກຳໂດຍກົງທີ່ກ່ຽວຂ້ອງກັບ ອາວຸດອານຸພາບທຳລາຍລ້າງສູງ ແລະ ລະບົບການນຳສົ່ງໃຫ້ອາວຸດດັ່ງກ່າວ, ກິດຈະກຳການເພີ່ມປະລິມານອາວຸດໂດຍກະທັນຫັນອື່ນໆ, ຫລື ການປະຕິບັດການ ແລະການບຳລຸງຮັກສາຄ້າຍຄຸກທາງການເມືອງ ຫລື ຄ້າຍຄຸມຂັງແຮງງານບັງຄັບ, ລວມເຖິງຢູ່ນອກ ເກົາຫຼີເໜືອ;

09

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ການນຳເຂົ້າ, ການສົ່ງອອກ ຫລື ການສົ່ງອອກຕໍ່ໃຫ້, ເຂົ້າໃນ ຫລື ອອກຈາກ ເກົາຫຼີເໜືອສຳລັບອາວຸດຍຸດໂທປະກອນທີ່ກ່ຽວຂ້ອງ ຫລື ອາວຸດປືນ ຫລື ບົດຄວາມການປ້ອງກັນ ຫລື ການບໍລິການດ້ານການປ້ອງກັນໃດໜຶ່ງ (ດັ່ງຂໍ້ກຳນົດທີ່ນິຍາມໃນ 22 U.S.C. § 2794);

10

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ຊື້ ຫລື ຮັບເຂົ້າມາຈາກປະເທດ ເກົາຫຼີເໜືອໃນປະລິມານຫລວງຫລາຍສຳລັບ ຄຳ, ແຮ່ ໄທເທນຽມ (Titanium ore), ແຮ່ ວາເນດຽມ (vanadium ore), ທອງແດງ, ເງິນ, ນິກເກລ (nickel), ສັງກະສີ ຫລື ແຮ່ທາດໃນໂລກທີ່ຫາຍາກ;

11

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ຂາຍ ຫລື ໂອນຖ່າຍຈະຫລວດ, ການບິນ ຫລື ນ້ຳມັນຍົນໄອພົ່ນໃຫ້ ເກົາຫຼີເໜືອໃນປະລິມານຫລວງຫລາຍ (ຍົກເວັ້ນສຳລັບໃຊ້ ເຄື່ອງບິນໂດຍສານພົນລະເຮືອນນອກປະເທດ ເກົາຫຼີເໜືອ, ກໍລະນີພິເສດສຳລັບນຳໃຊ້ ໃນລະຫວ່າງຖ້ຽວບິນໄປຫາ ເກົາຫຼີເໜືອ ຫລື ຖ້ຽວບິນກັບ);

12

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ສະໜອງນ້ຳມັນ ຫລື ເຄື່ອງຂອງໃນປະລິມານຫລວງຫລາຍ, ໃຫ້ການບໍລິການເຊື້ອເພີງ, ຫລື ອຳນວຍຄວາມສະດວກການທຸລະກຳທີ່ສຳຄັນ ຫລື ການທຸລະກຳເພື່ອດຳເນີນການ ຫລື ບຳລຸງຮັກສາ, ກຳປັ່ນ ຫລື ເຮືອບິນທີ່ຖືກກຳນົດພາຍໃຕ້ ຄຳສັ່ງພິເສດທີ່ກ່ຽວຂ້ອງ ຫລື ມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ກ່ຽວຂ້ອງ, ຫລື ສິ່ງທີ່ບຸກຄົນໜຶ່ງທີ່ກຳນົດພາຍໃຕ້ ຄຳສັ່ງພິເສດທີ່ກ່ຽວຂ້ອງ ຫຼື ມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ກ່ຽວຂ້ອງເປັນເຈົ້າຂອງ ຫລື ຄວບຄຸມ;

13

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ໃຫ້ປະກັນໄພ, ລົງທະບຽນ, ອຳນວຍຄວາມສະດວກໃນການລົງທະບຽນ, ຫລື ຮັກສາການປະກັນໄພ ຫລື ການລົງທະບຽນໃຫ້ ເຮືອກຳປັ່ນທີ່ ລັດຖະບານເກົາຫຼີເໜືອເປັນເຈົ້າຂອງ ຫລື ຄວບຄຸມ, ຍົກເວັ້ນຕາມທີ່ໄດ້ອະນຸມັດສະເພາະໂດຍ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ;

14

ໂດຍຕັ້ງໃຈເຖິງຮູ້ວ່າການກະທຳຜິດ, ໂດຍທາງກົງ ຫລື ທາງອ້ອມ, ຮັກສາບັນຊີທີ່ກ່ຽວຂ້ອງກັນ (ຕາມທີ່ໄດ້ກຳນົດໃນ 22 U.S.C. § 9221a(d)(1) ) ກັບ ສະຖາບັນທາງການເງິນຂອງ ເກົາຫຼີເໜືອ, ຍົກເວັ້ນຕາມທີ່ໄດ້ອະນຸມັດສະເພາະໂດຍ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ; ຫຼື

15

ພະຍາຍາມມີສ່ວນຮ່ວມໂດຍຕັ້ງໃຈໃນການດຳເນີນການໃດໜຶ່ງທີ່ກຳນົດໃນວັກ (1) ຈົນຮອດວັກ (14).

03

ກະຊວງ

ກະຊວງໄດ້ຮັບການອະນຸມັດເພື່ອໃຫ້ລາງວັນສູງເຖິງ 5 ລ້ານໂດລາ ສຳລັບຂໍ້ມູນທີ່ນຳໄປສູ່ການລະບຸຕົວຕົນບຸກຄົນໃດໜຶ່ງ ຜູ້ທີ່ໄດ້ຮັບຄຳຊີ້ນຳ ຫລື ຢູ່ພາຍໃຕ້ການຄວບຄຸມຂອງ ລັດຖະບານ ເກົາຫຼີເໜືອ, ຜູ້ຊ່ວຍເຫຼືອ ຫລື ສະໜັບສະໜູນໃນການລະເມີດ ກົດໝາຍວ່າດ້ວຍການລະເມີດ ແລະການສໍ້ໂກງທາງຄອມພິວເຕີ (“CFAA”) 18 U.S.C. § 1030. ກົດໝາຍວ່າດ້ວຍການລະເມີດ ແລະການສໍ້ໂກງທາງຄອມພິວເຕີພວມຊອກຫາຂໍ້ມູນກິດຈະກຳດັ່ງກ່າວໃດໜຶ່ງທີ່ຝ່າຝືນ CFAA, ເຊິ່ງພິເສດ, ແຕ່ບໍ່ສະເພາະຕົວ, ໜ້າສົນໃຈໃນກິດຈະກຳທີ່ກ່ຽວຂ້ອງເຫຼົ່ານັ້ນ:

01

ການບຸກລຸກທີ່ບໍ່ໄດ້ຮັບອະນຸຍາດ ເຂົ້າໄປໃນ ຄອມພິວເຕີ ແລະ ເຄືອຂ່າຍຂອງຂະແໜງເອກະຊົນ ແລະ ຂະແໜງການຂອງພາກລັດໂດຍມີເຈດຕະນາລັກຂໍ້ມູນ;

02

ການສົ່ງມາລແວເພື່ອການທຳລາຍ;

03

ການກະຈາຍ ແລະ ໃຊ້ ແຣນຊັມແວຣ໌ (ransomware);

04

ການສົ່ງການຂົ່ມຂູ່ເພື່ອກໍ່ໃຫ້ເກີດຄວາມເສຍຫາຍຕໍ່ກັບ, ເພື່ອຮັບຂໍ້ມູນຈາກ ຫລື ການຮ້ອງຂໍບາງຢ່າງທີ່ມີມູນຄ່າກ່ຽວກັບ ຄອມພິວເຕີ, ມີຄວາມຕັ້ງໃຈໃນການຂູ່ເຂັນເອົາເງິນຈາກບຸກຄົນໜຶ່ງ ຫລື ອົງກອນໜຶ່ງ ຫລື ອັນໃດໜຶ່ງທີ່ມີມູນຄ່າຕາມທີ່ໄດ້ຫ້າມໃນຫລັກຈັນຍາບັນສະຫະລັດ 18 U.S.C. §§ 1030(a)(2), (a)(3), (a)(5), ແລະ (a)(7).

04

ໂພສເຕີ້

ເພື່ອສະໜັບສະໜູນຄວາມພະຍາຍາມສາກົນໃນການຂັດຂວາງກິດຈະກຳທີ່ຜິດກົດໝາຍຕ່າງໆຂອງ ເກົາຫຼີເໜືອ, ໂຄງການລາງວັນເພື່ອຄວາມຍຸຕິທຳ (RFJ) ຂອງ ກະຊວງການຕ່າງປະເທດມອບລາງວັນສູງເຖິງ 5 ລ້ານໂດລາ ສຳລັບຂໍ້ມູນທີ່ນຳໄປສູ່ການຂັດຂວາງກົນໄກທາງດ້ານການເງິນຂອງບຸກຄົນທີ່ມີສ່ວນຮ່ວມໃນກິດຈະກຳໜຶ່ງໆທີ່ສະໜັບສະໜູນປະເທດ ເກົາຫຼີເໜືອ, ລວມທັງ ການຟອກເງິນ, ການສົ່ງອອກສິນຄ້າລາຄາແພງໄປຍັງ ເກົາຫຼີເໜືອ, ກິດຈະກຳ ໄຊເບີຣສະເພາະ ແລະ ການກະທຳທີ່ສະໜັບສະໜູນການເພີ່ມຂະຫຍາຍ ອາວຸດອານຸພາບທຳລາຍລ້າງສູງ (WMD).

Skip to content