ການລັກພາຕົວ ແລະສັງຫານຄົນອາເມລິກາໃນ ຟິລິບປິນ
RFJ ໄດ້ຈ່າຍລາງວັນຈຳນວນ 100,000 ໂດລາສຳລັບຂໍ້ມູນທີ່ນຳໄປສູ່ການຈັບຕົວ ໂຕຕິງ ຮານໂນ, ຜູ້ກໍ່ການຮ້າຍຂອງ ກຸ່ມອາບູ ໄຊຍາຟ (ASG) ໃນປະເທດ ຟິລິບປິນ.
ໂຕຕິງ ກຣາຟຕ໌ ຮານໂນ ເປັນສະມາຊິກຂອງກຸ່ມ ASG ທີ່ໄດ້ເຂົ້າຮ່ວມໃນ ການລັກພາຕົວພົນລະເມືອງອາເມລິການສາມຄົນໃນວັນທີ 27 ພຶດສະພາ 2001, ຈາກ ຣີຊອດ Dos Palmas ໃນ ປາລາວານຂອງ ຟິລິບປິນ. ຄົນອາເມລິກາສາມຄົນນັ້ນມີຊື່ວ່າ Guillermo Sobero ແລະ Martin ແລະ Gracia Burnham, ສອງຄົນຈາກອົງການທາງສາສະໜາຂອງ ສຫລ ຫຼື U.S. missionary. ໃນວັນທີ 11 ມິຖຸນາ 2011, Abu Sabaya ໂຄສົກຂອງກຸ່ມ ASG ປະກາດວ່າ Guillermo Sobero ຖືກສັງຫານເພື່ອເປັນ “ຂອງຂວັນວັນເກີດ” ສຳລັບ ປະທານາທິບໍດີ ຟິລິບປີນ ທ່ານ ໂກລເຣຍ ມາກາປາກາລ ອາໂຣໂຍ (Gloria Macapagal-Arroyo). ວັນທີ 7 ຕຸລາ 2001, ໄດ້ຄົ້ນພົບຫົວກະໂຫລກຈາກເກາະບາຊີລານ ເຊິ່ງຢືນຢັນວ່າເປັນຂອງ Guillermo Sobero. ໃນເດືອນ ມິຖຸນາ 2002, Martin Burnham ເສຍຊີວິດຈາກການຕໍ່ສູ້ກັນລະຫວ່າງທະຫານ ຟິລິບປິນ ແລະ ກຸ່ມ ASG; Gracia Burnham ໄດ້ຮັບບາດເຈັບ ແຕ່ໄດ້ຮັບການຊ່ວຍເຫລືອ ແລະ ສົ່ງກັບ ສະຫະລັດ.
ໃນວັນທີ 6 ມັງກອນ 2005, ຕຳຫລວດຮັກສາຄວາມປອດໄພຟິລິບປີນ, ປະຕິບັດການຕາມຂ່າວສານທີ່ໄດ້ຮັບຈາກຜູ້ໃຫ້ຂໍ້ມູນ, ໄດ້ຈັບຕົວ ຮານໂນ.
ສົ່ງເບາະແສ
ທ່ານເຮັດສ່ວນຂອງທ່ານ. ໃນການປົກປ້ອງໂລກໃຫ້ປອດໄພກວ່າ ແລະ ອະນາຄົດທີ່ສົດໃສກວ່າ. ກົດເພື່ອຮຽນຮູ້ກ່ຽວກັບຕົວເລືອກການລາຍງານເບາະແສຂອງ ລາງວັນເພື່ອຄວາມຍຸຕິທຳ.
- ຕົວປະກັນ/ລັກພາຕົວ
- ເກົາຫຼີເໜືອ
- ການແຊກແຊງການເລືອກຕັ້ງ
