ການລັກພາຕົວ ແລະສັງຫານຄົນອາເມລິກາໃນ ຟິລິບປິນ

RFJ ໄດ້ຈ່າຍລາງວັນຈຳນວນ 1 ລ້ານໂດລາສຳລັບຂໍ້ມູນທີ່ນຳໄປສູ່ການຈັບຕົວ ຮາມຊິຣາຈິ ຊາລີ, ຜູ້ສັ່ງການຂອງ ກຸ່ມອາບູ ໄຊຍາຟ (ASG).
ຮາມຊິຣາຈິ ຊາລີ ໄດ້ເຂົ້າຮ່ວມໃນການລັກພາຕົວ Jeffrey Schilling ໃນວັນທີ 28 ສິງຫາ 2000 ເຊິ່ງຮັບຜິດຊອບໂດຍກຸ່ມ ASG ແລະ ເຫດການລັກພາຕົວທີ່ Dos Palmas ໃນວັນທີ 27 ພຶດສະພາ 2001. ເພື່ອແລກປ່ຽນສຳລັບການປ່ອຍ Jeffrey Schilling, ກຸ່ມ ASG ຮຽກຮ້ອງຈຳນວນເງິນ 10 ລ້ານໂດລາ ແລະປ່ອຍຕົວ ຜູ້ກໍ່ການຮ້າຍສາກົນສາມຄົນຈາກຄຸກສະຫະລັດ: Ramzi Yousef ຜູ້ປະຕິບັດການຂອງກຸ່ມ ໄອໄກດາ, Wali Khan, ແລະ Omar Abd al-Rahman (ຮູ້ຈັກເປັນຄື “ນັກຮົບອິດສລາມຕາບອດ”) ຜູ້ນຳດ້ານຈິດວິນຍານຂອງ ກຸ່ມ ຜູ້ກໍ່ການຮ້າຍຂອງເອຢິບ Al-Gama’at al-Islamiyya.
ໃນວັນທີ 12 ເມສາ 2001, Jeffrey Schilling ໄດ້ໜີອອກຢ່າງສຳເລັດໃນລະຫວ່າງການໂຈມຕີໂດຍກອງກຳລັງທະຫານ ຟິລິບປິນທີ່ ຄ້າຍຂອງກຸ່ມ ASG ບ່ອນທີ່ລາວຖືກຂັງໄວ້ ແລະ ລາວຖືກສົ່ງກັບປະເທດ ສະຫະລັດອາເມລິກາ.
ໃນວັນທີ 27 ພຶດສະພາ 2001, ກຸ່ມ ASG ໄດ້ລັກພາຕົວພົນລະເມືອງອາເມລິກາສາມຄົນຈາກ ຣີຊອດ Dos Palmas ເທິງເກາະ ປາລາວານໃນ ຟິລິບປິນ. ຄົນອາເມລິກາສາມຄົນນັ້ນມີຊື່ວ່າ Guillermo Sobero ແລະ Martin ແລະ Gracia Burnham, ສອງຄົນຈາກອົງການທາງສາສະໜາຂອງ ສຫລ ຫຼື U.S. missionary. ໃນວັນທີ 11 ມິຖຸນາ 2011, Abu Sabaya ໂຄສົກຂອງກຸ່ມ ASG ປະກາດວ່າ Guillermo Sobero ຖືກສັງຫານເພື່ອເປັນ “ຂອງຂວັນວັນເກີດ” ສຳລັບ ປະທານາທິບໍດີ ຟິລິບປີນ ທ່ານ ໂກລເຣຍ ມາກາປາກາລ ອາໂຣໂຍ (Gloria Macapagal-Arroyo). ວັນທີ 7 ຕຸລາ 2001, ໄດ້ຄົ້ນພົບຫົວກະໂຫລກຈາກເກາະບາຊີລານ ເຊິ່ງຢືນຢັນວ່າເປັນຂອງ Guillermo Sobero. ໃນເດືອນ ມິຖຸນາ 2002, Martin Burnham ເສຍຊີວິດຈາກການຕໍ່ສູ້ກັນລະຫວ່າງທະຫານ ຟິລິບປິນ ແລະ ກຸ່ມ ASG; Gracia Burnham ໄດ້ຮັບບາດເຈັບ ແຕ່ໄດ້ຮັບການຊ່ວຍເຫລືອ ແລະ ສົ່ງກັບ ສະຫະລັດ.
ໃນເດືອນກຸມພາ 2002, ຄະນະລູກຂຸນລັດຖະບານກາງສະຫະລັດໃນເມືອງໂຄລັມເບຍໄດ້ຕັ້ງຂໍ້ກ່າວຫາ ຊາລີ ໃນການກະທຳຜິດຕໍ່ໄປນີ້: ການສົມຮູ້ຄວາມຄິດໃນການກະທຳຜິດ ເຊິ່ງກໍ່ໃຫ້ເກີດການເສຍຊີວິດ, ການຈັບຄົນເປັນຕົວປະກັນ ແລະສາມການກະທຳຜິດສຳລັບ ການຈັບຄົນເປັນຕົວປະກັນ ເຊິ່ງກໍ່ໃຫ້ເກີດການຕາຍ. ໃນວັນທີ 8 ເມສາ 2004, ໜ່ວຍລາດຕະເວນຟິລິບປີນ, ປະຕິບັດການຕາມຂໍ້ມູນທີ່ໄດ້ຮັບຈາກຜູ້ໃຫ້ຂ່າວຫລາຍຄົນ, ໄດ້ປະຕິບັດການຈັບຕົວ ຊາລີ ແລະ ຊາລີຖືກຂ້າຕາຍໃນລະຫວ່າງຍິງຕໍ່ສູ້ກັບທະຫານ.
ສົ່ງເບາະແສ
ທ່ານເຮັດສ່ວນຂອງທ່ານ. ໃນການປົກປ້ອງໂລກໃຫ້ປອດໄພກວ່າ ແລະ ອະນາຄົດທີ່ສົດໃສກວ່າ. ກົດເພື່ອຮຽນຮູ້ກ່ຽວກັບຕົວເລືອກການລາຍງານເບາະແສຂອງ ລາງວັນເພື່ອຄວາມຍຸຕິທຳ.
- ຕົວປະກັນ/ລັກພາຕົວ
- ເກົາຫຼີເໜືອ
- ການແຊກແຊງການເລືອກຕັ້ງ
