ເລື່ອງລາວທີ່ສຳເລັດຜົນ

ອາບູ ໂຊລາຍມານ (Abu Solaiman) (ເສຍຊີວິດແລ້ວ)

ລັກພາຕົວ ແລະສັງຫານຄົນອາເມລິກາໃນ ຟິລິບປິນ

RFJ ໄດ້ຈ່າຍລາງວັນ 5 ລ້ານໂດລາໃຫ້ກັບສອງຄົນຜູ້ທີ່ໃຫ້ຂໍ້ມູນກ່ຽວກັບ Abu Solaiman ຜູ້ນຳ ກຸ່ມອາບູ ໄຊຍາຟ (ASG). ໃນວັນທີ 7 ມິຖຸນາ 2007, ເອກອັກຄະລັດຖະທູດ ອາເມຣິກາປະຈຳ ຟິລິບປິນເປັນປະທານໃນການນຳສະເໜີລາງວັນຕໍ່ບຸກຄົນໃນພິທີສາທາລະນະທີ່ເກາະໂຈໂລ.

Abu Solaiman ເປັນໜຶ່ງໃນຜູ້ນຳຂັ້ນສູງສຸດຂອງກຸ່ມ ASG, ອົງການກໍ່ການຮ້າຍທີ່ປະຕິບັດການໃນ ຟິລິບປິນ. Solaiman ແລະ Khadaffy Janjalani ເປັນຜູ້ຮັບຜິດຊອບໃນການລັກພາຕົວ ແລະ ການຕາຍຂອງຄົນຟິລິບປິນ ແລະ ພົນລະເມືອງອາເມຣິກາ. Solaiman ມີສ່ວນກ່ຽວຂ້ອງກັບການລັກພາຕົວ Martin ແລະ Gracia Burnham ແລະ ພົນລະເມືອງອາເມລິກາສອງຄົນ ແລະ ເຂົ້າຮ່ວມໃນການຕັດຄໍ ພົນລະເມືອງອາເມຣິກາ Guillermo Sobero. ນອກຈາກນັ້ນ Solaiman ຍັງໄດ້ວາງແຜນ ແລະ ປະຕິບັດການໂຈມຕີ ຜົນປະໂຫຍດຂອງ ສຫລ, ເຊັ່ນວ່າ ວາງແຜນວາງລະເບີດ ສະຖານທູດ ສຫລ ໃນກຸງມານີລາ, ໃນເດືອນກຸມພາ 2004 ໄດ້ໂຈມຕີເຮືອສຳລານ Superferry 14 ແລະ ການວາງລະເບີດໃນວັນແຫ່ງຄວາມຮັກປີ 2005 (Valentine’s Day triple bombings) ເຊິ່ງເຮັດໃຫ້ຄົນບໍລິສຸດຫລາຍຮ້ອຍຄົນບາດເຈັບ ແລະ ລົ້ມຕາຍ. 

ໃນວັນທີ 16 ມັງກອນ 2007, ກອງກຳລັງທະຫານຂອງ ຟິລິບປິນ, ລົງມືປະຕິບັດອີງຕາມຂໍ້ມູນທີ່ໄດ້ຮັບຈາກຜູ້ໃຫ້ຂ່າວສານ, ໄດ້ປະຕິບັດການເພື່ອຈັບຕົວ Solaiman. ໃນລະຫວ່າງການບຸກໂຈມຕີ, Solaiman ຕໍ່ສູ້ຄືນ ແລະຖືກສັງຫານ.  

Skip to content