ເລື່ອງລາວທີ່ສຳເລັດຜົນ

ຣາມຊີ ອາເມດ ຍູເຊຟ (Ramzi Ahmed Yousef) (ຖືກຕັດສິນວ່າກະທຳຜິດ)

ການວາງລະເບີດລົດບັນທຸກທີ່ World Trade Center ປີ 1993

RFJ ໄດ້ຈ່າຍລາງວັນ 2 ລ້ານໂດລາສຳລັບຂໍ້ມູນທີ່ນຳໄປສູ່ການຈັບຕົວ ຜູ້ກໍ່ການຮ້າຍຊາວປາກີສຖານ ຣາມຊີ ອາເມດ ຍູເຊຟ. 

ຍູເຊຟເປັນຜູ້ວາງແຜນໃນ ການວາງລະເບີດລົດບັນທຸກທີ່ World Trade Center ປີ 1993 ໃນນະຄອນນິວຢອກ ເຊິ່ງເຮັດໃຫ້ຫົກຄົນເສຍຊີວິດ ແລະ ບາດເຈັບຫລາຍກວ່າ 1,000 ຄົນ. ພາຍໃນຫລາຍຊົ່ວໂມງຫລັງຈາກການລະເບີດ, ຍູເຊຟໜີທາງຍົນໄປປະເທດປາກີສຖານ. 

ຍູເຊຟປາກົດຕົວໃນ ຟິລິບປິນອີກຄັ້ງ ບ່ອນທີ່ລາວໄດ້ສ້າງແຜນການກໍ່ການຮ້າຍທີ່ຊັບຊ້ອນ. ຍູເຊຟໄດ້ວາງແຜນສັງຫານ ສັນຕະປາປາ John Paul II ໃນວັນທີ 14 ມັງກອນ 1995 ໃນເວລາທີ່ສັນຕະປາປາເດີນທາງທ່ຽວຊົມ ຟິລິບປິນ ແລະ ເພື່ອລະເບີດ ເຮືອບິນໂດຍສານສະຫະລັດ 12 ລຳໃນອາຊີ ພາຍຫລັງສອງສາມວັນຕໍ່ມາ. ແຜນການໂດຍລວມຮູ້ຈັກກັນຄື “Oplan Bojinka,” ຄຳສັບ ເຊິ່ງແປເປັນພາສາອາລັບພື້ນບ້ານໝາຍເຖິງ “Operation Explosion” ຫຼື “Operation Big Bang.”  

ກ່ອນພວກເຂົາສາມາດດຳເນີນແຜນການຂອງພວກເຂົາ, ຍູເຊຟ ແລະ ຜູ້ຮ່ວມຄົບຄິດອື່ນໆ Abdul Hakim Ali Hashim Murad ພາກັນໜີອອກຈາກອາພາຣເມັນຂອງພວກເຂົາ ໃນມານີລາ ໃນວັນທີ 6 ມັງກອນ 1995 ໃນເວລາທີ່ການປະສົມທາດເຄມີໄດ້ເຮັດເກີດເມກຄວັນ, ເຊິ່ງປິວອອກຈາກປ່ອງຢ້ຽມຂອງອາພາຣເມັນ. ຍູເຊຟໄດ້ຂໍໃຫ້ Murad ກັບຄືນໄປທີ່ອາພາຣເມັນເພື່ອກູ້ເອົາ ແລັບທັອບ ຄອມພິວເຕີ ແລະຫລັກຖານການກະທຳຜິດອື່ນໆ. ໃນເວລາທີ່ Murad ກັບຄືນໄປທີ່ອາພາຣເມັນ, ລາວປະເຊີນໜ້າກັບຕຳຫລວດທີ່ໄດ້ມາຮອດຈຸດເກີດເຫດແລ້ວ. ຍູເຊຟ, ຮູ້ວ່າ Murad ຕ້ອງຖືກຈັບແນ່ນອນ, ເລີຍໜີໄປປະເທດປາກີສຖານ. 

ໃນເດືອນກຸມພາ 1995, ຜູ້ໃຫ້ຂ່າວ, ເຫັນໂຄສະນາຂອງ RFJ ໃນສະມຸດຈັບຄູ່ ແລະ ເງິນລາງວັນເປັນແຮງຈູງໃຈ, ໄດ້ຕິດຕໍ່ ສະຖານທູດ ສຫລ ໃນ ອິສລາມາແບດ, ປາກີສຖານ ແລະໃຫ້ຂໍ້ມູນນຳໄປສູ່ ທີ່ພັກຂອງຍູເຊຟ. 

ໃນວັນທີ 7 ກຸມພາ 1995, ທາງການປາກີສຖານ, ໄດ້ຮັບການສະໜັບສະໜູນໂດຍ ຕົວແທນພິເສດດ້ານຄວາມປອດໄພດ້ານການທູດ, ກະຊວງການຕ່າງປະເທດ, ໄດ້ຈັບຕົວຍູເຊຟໃນອິສລາມາແບດ ແລະ ສົ່ງຕົວລາວກັບ ສະຫະລັດອາເມລິກາ ເພື່ອດຳເນີນຄະດີຕໍ່ຂໍ້ກ່າວຫາວ່າເປັນຜູ້ກໍ່ການຮ້າຍ. 

ແຕ່ເດືອນກັນຍາ 1996 ຈົນຮອດເດືອນມັງກອນ 1998, ຍູເຊຟໄດ້ຂຶ້ນສານຮັບຟັງການພິຈາລະນາຄະດີ ແລະ ຖືກພິພາກສາວ່າກະທຳຜິດສຳລັບຂໍ້ກ່າວທີ່ພົວພັນກັບການກໍ່ການຮ້າຍໃນການຂຶ້ນສານພິຈາລະນາສາມຄັ້ງທີ່ຕ່າງກັນ. ໃນວັນທີ 8 ມັງກອນ 1998, ຜູ້ພິພາກສາລັດຖະບານກາງໄດ້ຕັດສິນໃຫ້ລາວຄືຈຳຄຸກບຕະຫລອດຊີວິດບວກກັບ ຈຳຄຸກ 240 ປີ. 

Skip to content