ລັກພາຕົວ ແລະສັງຫານຄົນອາເມລິກາໃນ ຟິລິບປິນ

RFJ ໄດ້ຈ່າຍລາງວັນລວມ 5 ລ້ານໂດລາໃຫ້ກັບຫລາຍຄົນຜູ້ທີ່ໃຫ້ຂໍ້ມູນກ່ຽວກັບ Khadaffy Janjalani ຜູ້ນຳ ກຸ່ມອາບູ ໄຊຍາຟ (ASG). ໃນວັນທີ 7 ມິຖຸນາ 2007, ເອກອັກຄະລັດຖະທູດ ອາເມຣິກາປະຈຳ ຟິລິບປິນເປັນປະທານໃນການນຳສະເໜີລາງວັນຕໍ່ບຸກຄົນໃນພິທີສາທາລະນະທີ່ເກາະໂຈໂລ.
Khadaffy Janjalani ເປັນໜຶ່ງຜູ້ນຳຂັ້ນສູງຂອງອົງການກໍ່ການຮ້າຍ ASG ທີ່ມີຖານທີ່ໝັ້ນໃນ ຟິລິບປິນ. Janjalani ເປັນຜູ້ຮັບຜິດຊອບໃນການລັກພາຕົວ ແລະ ການຕາຍຂອງຄົນຟິລິບປິນ ແລະ ພົນລະເມືອງອາເມຣິກາ. ລາວມີສ່ວນກ່ຽວຂ້ອງກັບການລັກພາຕົວ Martin ແລະ Gracia Burnham ແລະ ພົນລະເມືອງອາເມລິກາສອງຄົນ ແລະ ຮັບຜິດຊອບໂດຍກົງໃນການຕັດຄໍ ພົນລະເມືອງອາເມຣິກາ Guillermo Sobero. ນອກຈາກນັ້ນ Janjalani ຍັງໄດ້ວາງແຜນ ແລະ ປະຕິບັດການໂຈມຕີ ຜົນປະໂຫຍດຂອງ ສຫລ, ລວມທັງການ ວາງແຜນວາງລະເບີດ ສະຖານທູດ ສຫລ ໃນກຸງມານີລາ, ໃນເດືອນກຸມພາ 2004 ໄດ້ໂຈມຕີເຮືອສຳລານ Superferry 14 ແລະ ການວາງລະເບີດໃນວັນແຫ່ງຄວາມຮັກປີ 2005 (Valentine’s Day triple bombings) ເຊິ່ງເຮັດໃຫ້ຄົນບໍລິສຸດຫລາຍຮ້ອຍຄົນບາດເຈັບ ແລະ ລົ້ມຕາຍ.
ໃນວັນທີ 04 ກັນຍາ 2006, ກອງກຳລັງທະຫານຂອງ ຟິລິບປິນ, ລົງມືປະຕິບັດອີງຕາມຂໍ້ມູນທີ່ໄດ້ຮັບຈາກຫລາຄົນ, ໄດ້ປະຕິບັດການເພື່ອຈັບຕົວ Janjalani. ໃນລະຫວ່າງການບຸກໂຈມຕີ, ໄດ້ຮັບລາຍງານວ່າ Janjalani ຖືກບາດເຈັບສາຫັດ ແລະ ໜີໄປໄດ້. ໃນເດືອນຕໍ່ມາ, ປາກົດມີຂ່າວລືກ່ຽວກັບການຕາຍຂອງ Janjalani. ໃນຊ່ວງທ້າຍເດືອນມັງກອນ 2007, ມີຜູ້ໃຫ້ເບາະແສສອງຄົນອອກມາພ້ອມກັບຂໍ້ມູນກ່ຽວກັບສະຖານທີ່ພົບສົບຂອງ Janjalani. ພາຍຫລັງເຮັດການວິເຄາະທາງ DNA, FBI ຢືນຢັນວ່າແມ່ນ Janjalan ແລະ ການຕາຍຂອງລາວ. ທຸກຂໍ້ມູນທີ່ໄດ້ຮັບຈາກບຸກຄົນເຫລົ່ານີ້ແມ່ນສຳຄັນຕໍ່ສະຖານທີ່ ແລະ ການລະບຸຕົວຕົນສຸດທ້າຍຂອງ Janjalani.
ສົ່ງເບາະແສ
ທ່ານເຮັດສ່ວນຂອງທ່ານ. ໃນການປົກປ້ອງໂລກໃຫ້ປອດໄພກວ່າ ແລະ ອະນາຄົດທີ່ສົດໃສກວ່າ. ກົດເພື່ອຮຽນຮູ້ກ່ຽວກັບຕົວເລືອກການລາຍງານເບາະແສຂອງ ລາງວັນເພື່ອຄວາມຍຸຕິທຳ.
- ຕົວປະກັນ/ລັກພາຕົວ
- ເກົາຫຼີເໜືອ
- ການແຊກແຊງການເລືອກຕັ້ງ
