ກ່ຽວກັບ
ແນວຮ່ວມປົດປ່ອຍແຫ່ງຊາດໂມໂຣ (MNLF) ກໍ່ຕັ້ງຂຶ້ນໃນປະເທດຟິລິບປິນ ປີ 1972. ມັນເລີ່ມເປັນກຸ່ມນ້ອຍໆທີ່ແຍກອອກມາຈາກ ຂະບວນການເພື່ອເອກະລາດຂອງມຸດສລິມ. MNLF ໄດ້ເປັນອົງການນຳພາລະຫວ່າງຝ່າຍແບ່ງແຍກດິນແດນ ໂມໂຣເປັນເວລາເກືອບສອງທົດສະວັດ ເລີ່ມຕົ້ນໃນຊຸມປີ 1970. ໃນຊ່ວງຕົ້ນຊຸມປີ 1990, ສະມາຊິກ MNLF ຫລາຍຄົນໄດ້ພາກັນແຍກຕົວອອກເພື່ອກໍ່ຕັ້ງ ກຸ່ມອາບູ ໄຊຍາຟ (ASG), ໜຶ່ງໃນ ກຸ່ມກໍ່ການຮ້າຍທີ່ຫົວຮຸນແຮງທີ່ສຸດໃນ ຟິລິບປິນ.
ໃນປີ 1996, MNLF ໄດ້ເຊັນສັນຍາສັນຕິພາບດ້ານຫລັກເຂດກັບ ລັດຖະບານ ຟິລິບປິນ, ການສ້າງເຂດສັນຕິພາບ ແລະ ການພັດທະນາພິເສດ (SZOPAD). ປະທານຂອງ MNLF, Nur Misuari ຖືກແຕ່ງຕັ້ງເປັນເຈົ້າຄອງເຂດປົກຄອງຕົນເອງມິນດານາວມຸສລິມ (Autonomous Region of Muslim Mindanao, ARMM), ເຂດທີ່ປະກອບດ້ວຍສອງແຂວງແຜນດິນໃຫ່ຍ ແລະ ສາມແຂວງໝູ່ເກາະ ເຊິ່ງໃນນັ້ນປະຊາກອນມຸສລິມສ່ວນໃຫ່ຍໄດ້ຮັບການປົກຄອງຕົນເອງໃນລະດັບໜຶ່ງ. ການປະທະກັນເປັນບາງຄັ້ງຄາວລະຫວ່າງພວກກະບົດຫົວຮຸນແຮງ ແລະ ກອງກຳລັງຮັກສາຄວາມສະຫງົບຂອງລັດຖະບານໄດ້ສືບຕໍ່ໃນເມືອງມິນດານາວ ແລະ ພົນລະເມືອງຂອງເຂດຈຳນວນຫລວງຫລາຍໄດ້ຮຽກຮ້ອງການສ້າງກອບວຽກທີ່ມີປະສິດທິຜົນ ສຳລັບການປົກຄອງຕົນເອງ ແລະ ການພັດທະນາທີ່ມີຄວາມໝາຍ ໃນມິນດານາວ ມຸສລິມ.
ໃນວັນທີ 29 ກັນຍາ 2009 ທີ່ເກາະໂຈໂຈ, ຟິລິບປິນ, MNLF ໄດ້ວາງລະເບີດ ໃສ່ຂະບວນລົດທະຫານ. ລະເບີດໄດ້ສົ່ງຜົນໃຫ້ທະຫານອາເມລິກາຕາຍສອງຄົນ ແລະ ທະຫານ ຟິລິບປິນ (AFP) ຕາຍໜຶ່ງຄົນ, ຜູ້ທີ່ເປັນສ່ວນໜຶ່ງຂອງພາລະກິດດ້ານມະນຸດສະທຳເພື່ອກໍ່ສ້າງໂຮງຮຽນໃນພື້ນທີ່.
ໃນປີ 2013, ສະມາຊິກອັນທະພານຂອງ MNLF ໄດ້ປະຕິບັດການປິດລ້ອມເມືອງ Zamboanga ເປັນເວລາສາມອາທິດ ເຊິ່ງໄດ້ສັງຫານສະມາຊິກທະຫານຮັກສາຄວາມສະຫງົບຂອງ ຟິລິບປີນເປັນສິບໆຄົນເສຍຊີວິດ ແລະ ເຮັດໃຫ້ພັນຄົນຍ້າຍຖີ່ນຖານ.
ປັດຈຸບັນ, MNLF ປະກອບດ້ວຍຫລາຍຝ່າຍ, ບາງຝ່າຍໄດ້ສະໜັບສະໜູນການເຈລະຈາລະຫວ່າງ ລັດຖະບານ ຟິລິບປີນ ແລະ ກຸ່ມນ້ອຍທີ່ແຍກຕົວອອກຈາກ ແນວຮ່ວມປົດປ່ອຍແຫ່ງຊາດໂມໂຣ (MNLF). ການເຈລະນາເຫລົ່ານັ້ນເຮັດໃຫ້ ຜ່ານກົດໝາຍປະກອບລັດຖະທຳມະນູນ ບັງຊາໂມໂຣ ຫຼື Bangsamoro Organic Law (BOL) ໃນປີ 2018 ແລະການສ້າງຕັ້ງເຂດປົກຄອງຕົນເອງບັງຊາໂມໂຣ ແຫ່ງມິນດານາວມຸສລິມ (BARMM).
