ແຂວງໂຄຣາຊານແຫ່ງລັດອິສລາມ ຫຼື ໄອຊີສ-ເຄ (ISIS- K)

ອາຊີກາງແລະໃຕ້

ລາງວັນ

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ແຂວງໂຄຣາຊານແຫ່ງລັດອິສລາມ ຫຼື ໄອຊີສ-ເຄ (ISIS- K) ກຸ່ມກໍ່ການຮ້າຍທີ່ມີຖານຕັ້ງຢູ່ໃນອັຟການີສຖານທີ່ໄດ້ປະຕິບັດການໃນ ອັຟການີສຖານ ແລະປາກີສຖານ. ສ່ວນໃຫ່ຍປະກອບດ້ວຍອະດີດສະມາຊິກຂອງ ເທຣີກ ເອ ຕາລີບານປາກີສຖານ, ຕາລີບານອັຟການີສຖານ ແລະ ຂະບວນການອິສລາມແຫ່ງອູຊເບກີສຖານ; ISIS-K ປະຕິຍານສະຫວາມິພັກຕໍ່ກຸ່ມ ISIS ໃນປີ 2015. ISIS-K ຮັບຜິດຊອບເຫດການລະເບີດໃນການປະທ້ວງຢ່າງສັນຕິວິທີ ເດືອນ ກໍລະກົດ 2016 ໃນເມືອງຄາບູລ ເຊິ່ງເຮັດໃຫ້ປະມານ 80 ຄົນເສຍຊີວິດ ແລະ 230 ຄົນໄດ້ຮັບບາດເຈັບ. ໃນເດືອນສິງຫາ 2016, ກຸ່ມ ອ້າງຄວາມຮັບຜິດຊອບຕໍ່ເຫດການຍິງ ແລະລະເບີດຟຣີຊີບທີ່ໂຮງໝໍໃນເມືອງ Quetta, ປາກີສຖານ, ເຮັດໃຫ້ 94 ຄົນເສຍຊີວິດ. ນອກຈາກນັ້ນ, ISIS-K ຍັງ ອ້າງຄວາມຮັບຜິດຊອບຕໍ່ການໂຈມຕີໃນໂຮງໝໍແມ່ແລະເດັກຂອງເມືອງຄາບູລ, ເຮັດໃຫ້ 24 ຄົນເສຍຊີວິດ, ລວມທັງເດັກເກີດໃໝ່ ແລະ ແມ່ຂອງພວກເຂົານຳດ້ວຍ.

ໃນວັນທີ 14 ມັງກອນ 2016, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ ISIS-K ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ສະບັບປັບປຸງ. ຜ່ານມາ, ໃນວັນທີ 29 ກັນຍາ 2015, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ ISIS-K ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ISIS-K, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ISIS-K. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ISIS-K ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

Skip to content