ກ່ຽວກັບ
ອານຊາຣ ອາລດິນ (Ansar al-Dine, AAD) ກໍ່ຕັ້ງຂຶ້ນໃນຊ່ວງທ້າຍຂອງປີ 2011. ພາຍຫລັງການລັດຖະປະຫານເດືອນມີນາ 2012 ທີ່ໄດ້ໂຄ່ນລົ້ມ ລັດຖະບານມາລີ, AAD ແມ່ນໜຶ່ງໃນອົງການທີ່ຍຶດຄອງພາກເໜືອຂອງປະເທດມາລີ, ໄດ້ທຳລາຍ ສະຖານທີ່ມໍລະດົກໂລກຂອງ UNESCO ແລະ ໄດ້ບັງຄັບໃຊ້ ການຕີຄວາມກົດໝາຍອິສລາມ ຫລື sharia ຢ່າງເຄັ່ງຄັດໃນພື້ນທີ່ທີ່ຕົນຄວບຄຸມ. ໃນປີ 2017, AAD ໄດ້ເຂົ້າຮ່ວມ ກຸ່ມຈາມັຕ ນຸສຣັຕ ອາລ-ອິສລາມ ວາລ-ມຸສລີມິນ (JNIM), ກຸ່ມປະສົມໃໝ່ຂອງ ອາລ – ໄກດາທີ່ນຳພາໂດຍຜູ້ນຳ AAD, Iyad ag-Ghali.
ໃນວັນທີ 22 ມີນາ 2013, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ AAD ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ຜ່ານມາ, ໃນວັນທີ 21 ມີນາ 2013, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ AAD ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ AAD, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ AAD. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ AAD ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.
