ກ່ຽວກັບ
ກຸ່ມກອງໂຈນ RS ປະກົດຕົວຂຶ້ນໃນປີ 2003 ພາຍຫລັງການຈັບຕົວສະມາຊິກຂອງກຸ່ມລັດທິມາກ (Greek Marxist) ເກຼັກສອງຄົນ, 17 ພະຈິກ ແລະ ການຕໍ່ສູ້ຂອງປະຊາຊົນເພື່ອການປະຕິວັດ. ກຸ່ມຫົວຮຸນແຮງລັດທິມາກສຸດໂຕ່ງ, RS ໄດ້ປະຕິບັດການໂຈມຕີເປົ້າໝາຍທີ່ເປັນຊາວເກຼັກ ແລະ ສະຫະລັດໃນປະເທດເກຼັກ. RS ໄດ້ຮັບຊື່ສຽງໃນທາງບໍ່ດີທຳອິດໃນເວລາມັນ ອ້າງຄວາມຮັບຜິດຊອບຕໍ່ເຫດການລະເບີດທີ່ ສານເມືອງເອເທນ ໃນວັນທີ 5 ກັນຍາ 2003 ຂະນະທີ່ພິຈາລະນາຄະດີຄວາມຂອງສະມາຊິກ 17 ພະຈິກ. RS ໄດ້ອ້າງຄວາມຮັບຜິດຊອບໃນການເຫດການໂຈມຕີສະຖານທູດສະຫະລັດໃນກຸງເອເທນດ້ວຍລະເບີດອາບີຈີໃນເດືອນມັງກອນ 2007 ແລະ ໃນເດືອນມີນາ 2009 ການລະເບີດສາຂາຂອງທະນາຄານ Citibank ໃນເອເທນ.
ໃນວັນທີ 18 ພຶດສະພາ 2009, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ RS ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ຕໍ່ມາ, ໃນວັນທີ 17 ກັນຍາ 2009, ກະຊວງການຕ່າງປະເທດໄດ້ຕັ້ງຊື່ RS ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮັບການແຕ່ງຕັ້ງເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ RS, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ RS. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ RS ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.
