ກອງທັບແດງຍີ່ປຸ່ນ (JRA)

ຕາເວັນອອກໃກ້ – ອາຝຣິກາເໜືອ ແລະ ຕາເວັນອອກກາງ | ເອີຣົບແລະຍູເຣເຊຍ

ລາງວັນ

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ກອງທັບແດງຍີ່ປຸ່ນ (JRA) ກໍ່ຕັ້ງຂຶ້ນປະມານປີ 1970 ພາຍຫລັງແຍກອອກຈາກ ຝ່າຍກອງທັບແດງ– ຄະນະຄອມມຸນີສຍີ່ປຸ່ນ (Japanese Communist League). ເປົ້າໝາຍທີ່ໄດ້ກ່າວໄວ້ຂອງ JRA ເພື່ອໂຄ່ນລົ້ມລັດຖະບານຍີ່ປຸ່ນ ແລະ ລະບົບລາຊາທິປະໄຕ. JRA ໄດ້ປະຕິບັດການໂຈມຕີຫລາຍຄັ້ງໃນທົ່ວໂລກ, ລວມເຖິງການໂຈມຕີສະໜາມບິນ Lod ໃນອິສຣາເອລ, ເຮັດໃຫ້ 26 ຄົນເສຍຊີວິດ ແລະ ບາດເຈັບ 80 ຄົນໃນປີ 1972, ການພະຍາຍາມຍຶດຄອງສະຖານທູດສະຫະລັດໃນ ກົວລາ ລຳເປີ ປີ 1975 ແລະ ການວາງລະເບີດສະໂມສອນ USO ປີ 1988 ໃນເມືອງເນໂພລ, ອີຕາລີ, ເຮັດໃຫ້ຫ້າຄົນເສຍຊີວິດ. ຜູ້ນຳກຸ່ມຖືກຈັບຕົວໃນປີ 2000 ແລະ ກຸ່ມໄດ້ປະກາດແຜນຂອງພວກເຂົາໃນການສະຫລາຍກຸ່ມໃນປີ 2001.

ໃນວັນທີ 8 ຕຸລາ 1997, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ JRA ເປັນ ອົງການກໍ່ການຮ້າຍຕ່າງປະເທດ (FTO) ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ໃນວັນທີ 8 ຕຸລາ 2001, ກະຊວງການຕ່າງປະເທດໄດ້ເພີກຖອນຊື່ຂອງ JRA ເປັນ FTO.

Skip to content