ເລື່ອງລາວທີ່ສຳເລັດຜົນ

ເມຍ ໄອມາລ ການຊີ (Mir Aimal Kansi) (ຖືກປະຫານຊີວິດ)

ສັງຫານຄົນອາເມລິກາ

RFJ ໄດ້ຈ່າຍລາງວັນໃຫ້ຄົນທີ່ໃຫ້ຂໍ້ມູນທີ່ສາມາດຈັບຕົວ ເມຍ ໄອມາລ ການຊີ, ມືປືນທີ່ຍິງ ແລະຂ້າພະນັກງານສອງຄົນ ແລະ ອີກສາມຄົນໄດ້ຮັບບາດເຈັບ ໃນເວລາທີ່ພວກເຂົາກຳລັງໄປເຮັດວຽກທີ່ສຳນັກງານໃຫ່ຍຂອງ ສຳນັກງານຂ່າວກອງກາງ (CIA) ໃນວັນທີ 5 ມັງກອນ 1993. 

ການຊີ ໂຈມຕີໂດຍບໍ່ມີການເຕືອນ ຫລື ການຍົ່ວຍຸໃດໆ, ຍິງປືນ AK-47 ຂອງລາວໂຈມຕີລົດທີ່ກຳລັງລໍຖ້າໄຟສັນຍານຢຸດດ້ານໜ້າຂອງສຳນັກງານໃຫ່ຍຂອງ ສຳນັກງານຂ່າວກອງກາງ. 

ການຊີຫລົບໜີອອກຈາກ ສະຫະລັດອາເມລິກາທັນທີພາຍຫລັງການໂຈມຕີ ແລະ ເປັນຜູ້ຫລົບໜີຈົນຮອດລາວຖືກຈັບຕົວໃນວັນທີ 15 ມິຖຸນາ 1997 ໃນແຂວງປັນຈັບ, ປາກີສຖານ. ລາວໄດ້ຖືກສົ່ງຕົວກັບສະຫະລັດເພື່ອດຳເນີນຄະດີ. 

ໃນວັນທີ 10 ພະຈິກ 1997, ຄະນະລູກຂຸນໃນ Fairfax, Virginia ໄດ້ຕັດສິນວ່າ ການຊີ ກະທຳຜິດໃນການເປັນມືສັງຫານພະນັກງານ CIA ສອງຄົນ. ການຊີຖືກປະຫານຊີວິດໃນວັນທີ 14 ພະຈິກ 2002.

Skip to content