ເລື່ອງລາວທີ່ສຳເລັດຜົນ

ເອດກາ ກັສຕາໂວ ນາວາໂຣ (Edgar Gustavo Navarro) (ເສຍຊີວິດ)

ລັກພາຕົວຄົນອາເມລິກາໃນໂຄລັມເບຍ

RFJ ໄດ້ຈ່າຍລາງວັນທັງໝົດ 900,000 ໂດລາໃຫ້ກັບສາມຄົນທີ່ໃຫ້ຂ່າວທີ່ຢູ່ຂອງ ເອດກາ ກັສຕາໂວ, ຜູ້ບັນຊາການຂອງກອງກຳລັງຕິດອາວຸດເພື່ອການປະຕິວັດແຫ່ງໂຄລັມເບຍ (FARC). 

ໃນເດືອນກຸມພາ 2003, FARC ໄດ້ຈັບເອົາ Thomas Howes, Keith Stansell, ແລະ Marc Gonsalves ເປັນຕົວປະກັນໃນເວລາທີ່ເຮືອບິນ ສຫລ ຕົກລົງໃນປ່າໂຄລັມເບຍ. FARC ແລະຜູ້ຮ່ວມວາງແຜນໄດ້ສັງຫານຄົນທີ່ຢູ່ໃນເຮືອບິນ ສຫລ ສອງຄົນທີ່ເປັນຄົນສັນຊາດອາເມລິກາ Thomas Janis ແລະ ຄົນສັນຊາດໂຄລັມເບຍ ທະຫານຍົດນາຍສິບ Luis Alcides Cruz. 

ນາວາໂຣ, ຮອງຜູ້ບັນຊາການຂອງ ກອງທະຫານເຄື່ອນທີ່ Teofilo Forero ຂອງ FARC, ເຊິ່ງຖືກສົງໄສວ່າມີສ່ວນຮ່ວມໃນການລັກພາຕົວ. 

ໃນວັນທີ 19 ຕຸລາ 2003, ຜູ້ໃຫ້ຂ່າວສາມຄົນ, ຮັບແຮງຈູງໃຈຍ້ອນເງິນລາງວັນທີ່ເປັນໄປໄດ້, ໄດ້ນຳພາໜ່ວຍທະຫານໂຄລັມເບຍໄປທີ່ຄ້າຍພັກຂອງວານາໂຣ ເພື່ອພະຍາຍາມຈັບຕົວລາວ ແລະສະມາຊິກຄົນອື່ນຂອງ FARC. ວານາໂຣຖືກຂ້າຕາຍໃນລະຫວ່າງການຍິງກັນກັບທະຫານ. ຕໍ່ມາຄົນອາເມລິກາສາມຄົນໄດ້ຮັບການຊ່ວຍເຫລືອໃນວັນທີ 2 ກໍລະກົດ 2008 ໃນການປະຕິບັດການທາງທະຫານຂອງໂຄລັມເບຍ.

Skip to content