ເລື່ອງລາວທີ່ສຳເລັດຜົນ
ສັງຫານຄົນອາເມຣິກາສີ່ຄົນໃນປີ 2012 , ລວມທັງ ເອກອັກ ຄະລັດຖະທູດ ອາເມຣິກາ, ເບນກາຊີ, ລີເບຍ
RFJ ໄດ້ຈ່າຍລາງວັນ 3 ລ້ານໂດລາໃຫ້ກັບຜູ້ທີ່ໄດ້ສະໜອງຂໍ້ມູນທີ່ສາມາດນຳໄປສູ່ການຈັບຕົວ ແລະ ລົງໂທດຜູ້ນຳ ຜູ້ກໍ່ການຮ້າຍ Ahmed Abu Khattalah, ຜູ້ວາງແຜນໃນການໂຈມຕີ ພາລະກິດພິເສດຂອງ ສຫລ (U.S. Special Mission) ໃນ ເບນກາຊີ, ປະເທດລີເບຍ ເຊິ່ງເຮັດໃຫ້ຊາວອາເມຣິກາສີ່ຄົນເສຍຊີວິດ ລວມເຖິງ ເອກອັກຄະລັດຖະທູດ ອາເມຣິກາ.
ໂດຍນຳໃຊ້ຂໍ້ມູນທີ່ໄດ້ຮັບຈາກແຫລ່ງຂໍ້ມູນ, Khatallah ຖືກຈັບຕົວໃນວັນທີ 15 ມິຖຸນາ 2014 ໃນປະເທດລີເບຍ ແລະ ໄດ້ນຳມາຂຶ້ນສານທີ່ ສະຫະລັດອາເມລິກາ. ໃນວັນທີ 28 ພະຈິກ 2017, ລາວຖືກພິພາກສາວ່າກະທຳຜິດໃນຂໍ້ກ່າວຫາທີ່ພົວພັນກັບການໂຈມຕີ ແລະ ໃນວັນທີ 27 ມິຖຸນາ 2018, ລາວຖືກຕັດສິນຕັດອິດສະລະພາບ 22 ປີ. RFJ ຍັງຄົງມີລາງວັນສູງເຖິງ 10 ລ້ານໂດລາ ສຳລັບຂໍ້ມູນເບາະແສທີ່ຈະສາມາດນຳຕົວຜູ້ທີ່ຮັບຜິດຊອບອື່ນໆຕໍ່ການໂຈມຕີໃນເມືອງເບນກາຊີມາລົງໂທດຕາມກົດໝາຍ.
ສົ່ງເບາະແສ
ທ່ານເຮັດສ່ວນຂອງທ່ານ. ໃນການປົກປ້ອງໂລກໃຫ້ປອດໄພກວ່າ ແລະ ອະນາຄົດທີ່ສົດໃສກວ່າ. ກົດເພື່ອຮຽນຮູ້ກ່ຽວກັບຕົວເລືອກການລາຍງານເບາະແສຂອງ ລາງວັນເພື່ອຄວາມຍຸຕິທຳ.
- ຕົວປະກັນ/ລັກພາຕົວ
- ເກົາຫຼີເໜືອ
- ການແຊກແຊງການເລືອກຕັ້ງ
