ກ່ຽວກັບ
ອົງການປະຕິວັດ 17 ພະຈິກ (17N) ກໍ່ຕັ້ງຂຶ້ນໃນປີ 1975 ເປັນກຸ່ມນິຍົມຝ່າຍຊ້າຍສຸດໂຕ່ງ. ກຸ່ມໄດ້ພະຍາຍາມຂັບໄລ່ຖານກອງທັບຂອງສະຫະລັດຈາກປະເທດເກຼັກ, ຂັບໄລ່ກອງທະຫານຕວັກກີຈາກໄຊປຣັດ ແລະ ຕັດຄວາມສຳພັນຂອງເກຼັກກັບ NATO ແລະສະຫະພາບເອີຣົບ. 17N ໄດ້ຮັບຜິດຊອບຕໍ່ການກໍ່ການຮ້າຍຕ່າງໆໃນປະເທດເກຼັກ, ຕະຫລອດຮອດເຫດການຍິງ, ການໂຈມຕີດ້ວຍຈະຫລວດ ແລະ ລະເບີດຕິດລົດ. ການເຄື່ອນໄຫວກໍ່ການຮ້າຍຂອງກຸ່ມສົ່ງຜົນໃຫ້ ຄົນອາເມລິກາເສຍຊີວິດສີ່ຄົນ: William Nordeen, Ronald Stewart, George Tsantes, ແລະ Richard Welch. ສາຂາຂອງ 17N ອ້າງຄວາມຮັບຜິດຊອບຕໍ່ການໂຈມຕີ ສະຖານທູດສະຫະລັດໃນກຸງເອເທນ ດ້ວຍອາວຸດປະເພດອາບີຈີ.
ໃນວັນທີ 8 ຕຸລາ 1997, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ 17N ເປັນ ອົງການກໍ່ການຮ້າຍຕ່າງປະເທດ (FTO) ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ໃນວັນທີ 3 ກັນຍາ 2015, ກະຊວງການຕ່າງປະເທດໄດ້ເພີກຖອນຊື່ຂອງ 17N ເປັນ FTO.
