ກ່ຽວກັບ
ພັກແຮງງານເຄີດິສຖານ (PKK) ແມ່ນກຸ່ມແຍກຕົວຂອງຊາວເຄີດີສ ສ່ວນໃຫ່ຍທີ່ເຄື່ອນໄຫວໃນພາກເໜືອອີຣັກ ແລະ ພາກຕາເວັນອອກສຽງໃຕ້ຂອງຕວັກກີ. ກຸ່ມນີ້ສ່ວນໃຫ່ຍປະກອບດ້ວຍຊາວເຄີຣ໌ດຕວັກກີ, ເລີ່ມຕົ້ນການເຄື່ອນໄຫວດ້ານຄວາມຮຸນແຮງໃນປີ 1984. ເປົ້າໝາຍເດີມຂອງ PKK ແມ່ນສ້າງຕັ້ງລັດຊາວເຄີຣ໌ດເອກະລາດໃນພາກຕາອອກສຽງໃຕ້ຂອງຕວັກກີ. ໃນຊ່ວງຕົ້ນຊຸມປີ 1990, PKK ໄດ້ຍ້າຍອອກຈາກການເຄື່ອນໄຫວການຕໍ່ຕ້ານລັດຖະບານທີ່ມີຖານຢູ່ໃນຊົນນະບົດເພື່ອເສີມຂະຫຍາຍ ລັດທິກໍ່ການຮ້າຍໃນຕົວເມືອງ.
PKK 7 ໄດ້ປະຕິເສດຄຳສາບານຕໍ່ຄວາມຮຸນແຮງຈາກປີ 1999 ຈົນຮອດເດືອນ ມິຖຸນາ 2004, ເມື່ອທະຫານທີ່ຍຶດໝັ້ນຫລັກການຂອງມັນໄດ້ຍຶດຄອງ ແລະ ປະຕິເສດ ການຢຸດຍິງທີ່ກຳນົດດ້ວຍຕົນເອງ. ໃນປີ 2009, ລັດຖະບານຕວັກກີ ແລະ PKK ໄດ້ດຳເນີນຕໍ່ການເຈລະຈາເພື່ອສັນຕິພາບ. ແຕ່ວ່າ, ການເຈລະຈາລົ້ມເຫລວພາຍຫລັງ PKK ໄດ້ປະຕິບັດການໂຈມຕີໃນເດືອນ ກໍລະກົດ 2011 ເຊິ່ງສັງຫານທະຫານຕວັກກີ 13 ຄົນ. PKK ແລະທະຫານຕວັກກີປະທະກັນລຽນຕິດໃນປີ 2011 ແລະ 2012, ລວມທັງ ການໂຈມຕີໃນເດືອນ ຕຸລາ 2011 ເຊິ່ງເຮັດໃຫ້ທະຫານຕວັກກີ 24 ຄົນເສຍຊີວິດ ແລະ ແມ່ນເຫດການທີ່ໂຫດຮ້າຍສຸດນັບແຕ່ 1993. ປີ 2018, ລາຍງານວ່າມີການໂຈມຕີຫລາຍຄັ້ງຂອງ PKK ກັບໜ່ວຍປ້ອງກັນຄວາມສະຫງົບຂອງຕວັກກີ, ລວມເຖິງການໂຈມຕີທີ່ PKK ອ້າງວ່າກະທຳຕໍ່ກັບຖານທັບທະຫານຕວັກກີໃນເດືອນພະຈິກ ສົ່ງຜົນໃຫ້ມີບາດເຈັບລົ້ມຕາຍຈຳນວນໜຶ່ງ.
ໃນວັນທີ 8 ຕຸລາ 1997, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ PKK ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ຕໍ່ມາ, ໃນວັນທີ 31 ຕຸລາ 2001, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ PKK ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນທັງໝົດຂອງ PKK ແລະຜົນປະໂຫຍດໃນຊັບສິນທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ ພົນລະເມືອງສະຫະລັດຖືກຫ້າມໃນການດຳເນີນທຸລະກຳໃດໆກັບ PKK. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ PKK ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.
