ກ່ຽວກັບ
ເຈມາ ອິສລາມິຍາ (Jemaah Islamiya, JI) ກຸ່ມກໍ່ການຮ້າຍທີ່ຢູ່ໃນ ອາຊີ ຕາເວັນອອກສຽງໃຕ້ ເຊິ່ງພະຍາຍາມສ້າງຕັ້ງລັດອິສລາມ (caliphate) ໃນພາກພື້ນ. JI ຮັບຜິດຊອບຕໍ່ການໂຈມຕີກໍ່ການຮ້າຍທີ່ສຳຄັນໃນພາກພື້ນ, ລວມທັງ ການລະເບິດໄນທ໌ຄລັບທີ່ບາຫຼີໃນເດືອນຕຸລາ 2002 ເຊິ່ງເຮັດໃຫ້ຫລາຍກວ່າ 200 ຄົນເສຍຊີວິດ, ການລະເບີດ ໂຮງແຮມມາຣີອອຕໃນຈາກາຕ້າ ໃນເດືອນສິງຫາ 2003 ເຊິ່ງເຮັດໃຫ້ 12 ຄົນເສຍຊີວິດ ແລະ ການລະເບີດຟຣີຊີບໃນເດືອນຕຸລາ 2005 ໃນບາຫຼີ ເຊິ່ງເຮັດໃຫ້ 26 ຄົນເສຍຊີວິດ.
ໃນວັນທີ 23 ຕຸລາ 2002, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ JI ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ ແລະ ຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ JI, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ JI. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ JI ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.
