ກ່ຽວກັບ
ISIS ອາຝຣິກາຕາເວັນຕົກ (ISIS-WA), ກຸ່ມຜູ້ກໍ່ການຮ້າຍທີ່ແຍກຕົວອອກມາ ໂບໂກ ຮາຣາມ (Boko Haram) ກໍ່ຕັ້ງຂຶ້ນໃນເວລາທີ່ ISIS-WA ໄດ້ສັນຍາໃນການສະຫວາມິພັກຕໍ່ ISIS ໃນເດືອນມີນາ 2015. ISIS ໄດ້ຍອມຮັບຄຳປະຕິຍານຂອງກຸ່ມ ແລະ ກຸ່ມໄດ້ເລີ່ມຕົ້ນຮຽກຕົນເອງວ່າ ISIS ອາຝຣິກາຕາເວັນຕົກ. ສ່ວນໃຫ່ຍເຄື່ອນໄຫວໃນພາກຕາເວັນອອກສຽງເໜືອຂອງໄນຈີເຣຍ ແລະເຂດທະເລສາບຊາດ (Lake Chad), ISIS-WA ໄດ້ປະຕິບັດການ ກໍ່ການຮ້າຍຫລາຍຄັ້ງນັບແຕ່ປີ 2016. ໃນເດືອນພະຈິກ 2018, ISIS-WA ອ້າງຄວາມຮັບຜິດຊອບຕໍ່ການໂຈມຕິຫ້າຄັ້ງໃນ ຊາດ ແລະ ໄຈຈີເຣຍ ເປັນເຫດໃຫ້ 118 ຄົນເສຍຊີວິດ. ໃນເດືອນ ພຶດສະພາ 2019, ISIS-WA ອ້າງຄວາມຮັບຜິດຊອບຕໍ່ການໂຈມຕີສອງເຫດການ ໄນເຈີຕາເວັນຕົກ, ເຮັດໃຫ້ທະຫານຕາຍ 29 ຄົນ. ໃນເດືອນ ກໍລະກົດ 2019, ນັກຮົບ ISIS-WA ໄດ້ສັງຫານທະຫານໄນຈີເຣຍ 20 ຄົນ ແລະ ທະຫານຂອງ ຊາດ 5 ຄົນໃນຊ່ວງເຫດການໂຈມຕີຖານທັບໃກ້ກັບ ເມືອງ ບາກາ, ໄນຈີເຣຍ.
ໃນວັນທີ 28 ກຸມພາ 2018, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ ISIS- WA ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ຜ່ານມາ, ໃນວັນທີ 27 ກຸມພາ 2018, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ ISIS- WA ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ISIS- WA, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ISIS- WA. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ISIS- WA ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.
