ຮາຣາກັດ ອາລ-ມູຄາວາມາ ອາລ-ອິສລາມິຢາ (Hamas)

ຕາເວັນອອກໃກ້ – ອາຝຣິກາເໜືອ ແລະ ຕາເວັນອອກກາງ

ລາງວັນ

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ຮາຣາກັດ ອາລ-ມູຄາວາມາ ອາລ-ອິສລາມິຢາ (Hamas) ກໍ່ຕັ້ງຂຶ້ນໃນປີ 1987 ໃນການເລີ່ມຕົ້ນການຕໍ່ຕ້ານຂອງຊາວປາເລສໄຕນ໌ທຳອິດ ຫລື ການປະທ້ວງຂອງຄົນປາເລສໄຕນ໌ (First Intifada), ເປັນການເຕີບໂຕຂອງສາຂາ Muslim Brotherhood. Hamas ມີກອງທະຫານ ຮູ້ຈັກກັນຄື ກອງພັນ ອິສ ອາລດິນ ອາລ ຄາສຊາມ (Izz al-Din al-Qassam Brigades) ທີ່ໄດ້ລົງມືປະຕິບັດການໂຈມຕີຕໍ່ຕ້ານອິສຣາເອລໃນທັງເຂດອິສຣາເອລ ແລະ ປາເລສໄຕນ໌ ນັບແຕ່ຊຸມປີ 1990. ການໂຈມຕີເຫລົ່ານີ້ລວມທັງ ການລະເບີດທີ່ເປັນວົງກວ້າງ ເຊິ່ງແນໃສ່ພົນລະເຮືອນອິສຣາເອລ, ການໂຈມຕີດ້ວຍປືນໃນຂອບເຂດຈຳກັດ, ລະເບີດສະແຫວງເຄື່ອງເທິງຖະໜົນ ແລະ ການໂຈມຕີດ້ວຍຈະຫລວດ. Hamas ອ້າງວ່າຮັບຜິດຊອບໃນເຫດການລະເບີດຮ້ານພີສຊາ Jerusalem Sbarro ໃນເດືອນສິງຫາ 2001, ເຮັດໃຫ້ 15 ຄົນເສຍຊີວິດ, ລວມເຖິງຄົນສັນຊາດ ສຫ. ອາເມລິກາສອງຄົນ ແລະ ບາດເຈັບຫລາຍກວ່າ 120 ຄົນ. ໃນເດືອນເມສາ 2016,ສະມາຊິກຂອງ Hamas ໄດ້ປະຕິບັດການການໂຈມຕີຟຣີຊີບເທິງລົດເມໃນ ເຮຣູຊາເລມ, 20 ຄົນເສຍຊີວິດ.

ໃນວັນທີ 8 ຕຸລາ 1997, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ Hamas ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ຕໍ່ມາ, ໃນວັນທີ 31 ຕຸລາ 2001, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ Hamas ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ Hamas, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ Hamas. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ Hamas ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

Skip to content