ອາລ-ໄກດາ ໃນອີຣັກ (AQI)

ຕາເວັນອອກໃກ້ – ອາຝຣິກາເໜືອ ແລະ ຕາເວັນອອກກາງ

ລາງວັນ

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ອາລ-ໄກດາ ໃນອີຣັກ (AQI) ກໍ່ຕັ້ງຂຶ້ນໃນປີ 2004 ໂດຍ Abu Mus‘ab al-Zarqawi ທີ່ເສຍຊີວິດແລ້ວ, ຜູ້ທີ່ສັນຍາວ່າກຸ່ມຂອງລາວຈະສະຫວາມິພັກກັບຜູ້ນຳ ອາລ-ໄກດາ (AQ), ໂອສະມາ ບິນລາດິນ. ໃນຊຸມປີ 1990, al-Zarqawi ໄດ້ຈັດຕັ້ງ ກຸ່ມ ຜູ້ກໍ່ການຮ້າຍ ອາລ ທໍຮິດ ວາລ ຈິຮາດ (al-Tawhid wal-Jihad)–ອົງການທີ່ມາກ່ອນ AQI–ເພື່ອຕໍ່ຕ້ານການປະກົດຕົວຂອງກອງທັບສະຫະລັດ ແລະຕາເວັນຕົກໃນໂລກອິສລາມ ແລະ ສິ່ງທີ່ໂລກຕາເວັນຕົກສະໜັບສະໜູນ ແລະ ການດຳລົງຢູ່ຂອງອິສຣາເອລ. Al-Zarqawi ໄດ້ເດີນທາງໄປອີຣັກໃນລະຫວ່າງການປະຕິບັດການປົດປ່ອຍອີຣັກ– ການຮຸກຮານປະເທດອີຣັກໂດຍຫລາຍກວ່າ 40 ປະເທດ ເຊິ່ງນຳໂດຍ ສະຫະລັດ– ແລະນຳພາກຸ່ມຂອງລາວຕ້ານສະຫະລັດ ແລະ ກອງທະຫານປະສົມທີ່ນັ້ນຈົນກວ່າລາວເສຍຊີວິດໃນເດືອນ ມິຖຸນາ 2006. AQI ໄດ້ເອົາທະຫານອີຣັກ ແລະ ທະຫານປະສົມ ແລະພົນລະເຮືອນເປັນເປົ້າໝາຍເພື່ອກົດດັນຄົນຕ່າງປະເທດອອກຈາກອີຣັກ, ຫລຸດຜ່ອນການສະໜັບສະໜູນທີ່ນິຍົມຂອງຊາວອີຣັກຕໍ່ ສະຫະລັດອາເມລິກາ ແລະ ລັດຖະບານອີຣັກ ແລະດຶງດູດການເຂົ້່າຮ່ວມກຸ່ມຂອງຕົນ. ໃນເດືອນຕຸລາ 2006, AQI ໄດ້ປ່ຽນຊື່ຢ່າງເປີດເຜີຍເປັນລັດອິສລາມໃນອີຣັກ. ກຸ່ມໄດ້ກາຍເປັນ ລັດອິສລາມໃນອີຣັກ ແລະຊີເຣຍ (ISIS) ໃນປີ 2013 ພາຍຫລັງແຍກອອກຈາກ AQ.

ໃນວັນທີ 17 ທັນວາ 2004, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ AQI (ຊື່ປັດຈຸບັນ ISIS) ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ຜ່ານມາ, ໃນວັນທີ 15 ຕຸລາ 2004, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ AQI ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ISIS, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ISIS. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ISIS ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

Skip to content