ອາລ-ມູຣາບິທູນ (Al-Mourabitoun)

ລາງວັນ

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ອາລ-ມູຣາບິທູນ (Al-Mourabitoun), ເດີມແມ່ນສ່ວນໜຶ່ງຂອງ ອາລ-ໄກດາ ໃນມາເກັຣບອິສລາມ (AQIM), ໄດ້ກາຍເປັນອົງການທີ່ແຍກຕ່າງຫາກໃນຊ່ວງທ້າຍປີ 2012 ພາຍຫລັງຜູ້ນຳຂອງກຸ່ມ, Mokhtar Belmokhtar, ໄດ້ແຍກຕົວອອກຈາກ AQIM. ພາຍຫລັງການແຍກຕົວ, Belmokhtar ໄດ້ຂູ່ວ່າຈະຕໍ່ຕ້ານຜົນປະໂຫຍດຂອງຕາເວັນຕົກ ແລະ ປະກາດສ້າງຕັ້ງ ກອງທະຫານ ອາລ-ມູລາທາມັນ. ໃນປີ 2013, ກອງທະຫານ ອາລ-ມູລາທາມັນ ແລະ ຂະບວນການແຫ່ງເອກະລາດ ແລະຈີຮາດໃນອາຝຣິກາຕາເວັນຕົກ (MUJAO) ໄດ້ປະກາດວ່າສອງອົງການດັ່ງກ່າວຈະໂຮມເຂົ້າກັນພາຍໃຕ້ຊື່ “ອາລ-ມູຣາບິທູນ” (Al-Mourabitoun). ໃນປີ 2015, al-Murabitoun ປະກາດວ່າໄດ້ໂຮມເຂົ້າກັນກັບ AQIM. ອາລ-ມູຣາບິທູນ (Al-Mourabitoun) ໄດ້ຮ່ວມຕົວໃນປີ 2017 ພ້ອມກັບສາມກຸ່ມ ຜູ້ກໍ່ການຮ້າຍພາກພື້ນອື່ນໆເພື່ອກໍ່ຕັ້ງ ກຸ່ມຈາມັຕ ນຸສຣັຕ ອາລ-ອິສລາມ ວາລ-ມຸສລີມິນ (JNIM).

ໃນເດືອນມັງກອນ 2013, ດັ່ງທີ່ຮູ້ກັນໃນປັດຈຸບັນຄືກຸ່ມ al-Murabitoun ໄດ້ອ້າງວ່າ ຕົນເອງຮັບຜິດຊອບໃນການໂຈມຕີ ໂຮງງານແກ໊ສ Tiguentourine ໃກ້ກັບ ອາເມນັສ, ໃນພາກຕາເວັນອອກສຽງໃຕ້ຂອງປະເທດ ອານເຊຣີ. ຫລາຍກວ່າ 800 ຄົນຖືກຈັບເປັນຕົວປະກັນໃນລະຫວ່າງການໂອບລ້ອມສີ່ມື້. ພົນລະເມືອງ 39 ຄົນ, ພົນລະເມືອງ ສະຫະລັດສາມຄົນ ເສຍຊີວິດໃນລະຫວ່າງການໂຈມຕີ. ໃນເດືອນພະຈິກ 2015, ປະຕິບັດການຂອງກຸ່ມ al-Murabitoun ໄດ້ໂຈມຕີ ໂຮງແຮມ Radisson Blu ໃນ ບາມາໂກ ແລະ ຈັບຄົນຫລາຍກວ່າ 170 ຄົນເປັນຕົວປະກັນ ລວມທັງພົນລະເມືອງ ສະຫະລັດ. ປະມານ 27 ຄົນເສຍຊີວິດໃນການໂຈມຕີ, ໜຶ່ງໃນນັ້ນແມ່ນ ພະນັກງານເພື່ອການພັດທະນາສາກົນຂອງ ສະຫະລັດ. ໄດ້ຮັບການລາຍງານວ່າ Al-Murabitoun ທີ່ສ່ວນກ່ຽວພັນໃນການໂຈມຕີເດືອນມັງກອນ 2016 ຂອງ ກຸ່ມ AQIM ເຊິ່ງເປັນການໂຈມຕີໂຮງແຮມນັກທ່ອງທ່ຽວທີ່ນິຍົມໃນ Burkina Faso ເຮັດໃຫ້ມີຄົນເສຍຊີວິດປະມານ 30 ຄົນ, ລວມທັງ ຄົນສັນຊາດອາເມລິກາ.

ໃນວັນທີ 19 ທັນວາ 2013, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ al-Murabitoun, ຊື່ເດີມແມ່ນ ກອງທະຫານ ອາລ ມູລາທາມັນ ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ຜ່ານມາ, ໃນວັນທີ 18 ທັນວາ 2013, ກະຊວງ ການຕ່າງປະເທດໄດ້ກຳນົດ ກອງທະຫານ ອາລ ມູລາທາມັນເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. Al-Murabitoun ຍັງຄົງເປັນຊື່ທຳອິດຂອງກຸ່ມ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ al-Murabitoun/ກອງທະຫານ ອາລ ມູລາທາມັນ. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ al-Murabitoun/ກອງທະຫານ ອາລ ມູລາທາມັນໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

Skip to content