ກຸ່ມອາບູ ໄຊຍາຟ (ASG)

ອາຊີຕາເວັນອອກແລະປາຊີຟິກ

ລາງວັນ

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ກຸ່ມອາບູ ໄຊຍາຟ (ASG) ທີ່ແຍກອອກຈາກ ແນວຮ່ວມປົດປ່ອຍແຫ່ງຊາດໂມໂຣ ໃນຕົ້ນຊຸມປີ 1990 ແລະເປັນກຸ່ມ ຜູ້ກໍ່ການຮ້າຍທີ່ຫົວຮຸນທີ່ສຸດໃນ ຟິລິບປິນ. ໄດ້ຮັບອິດທິພົນຈາກ ອາລ – ໄກດາ ໃນຊ່ວງຕົ້ນ, ກຸ່ມ ASG ອ້າງວ່າສົ່ງເສີມລັດອິສລາມເອກະລາດໃນມີນດານາວຕາເວັນຕົກ ແລະ ກຸ່ມເກາະຊູລູ (Sulu Archipelago). ເມື່ອມໍ່ໆຜ່ານມາ, ອົງປະກອບຂອງກຸ່ມໄດ້ສ້າງສາຍສຳພັນກັບ ເຄືອຂ່າຍຟິລິບປິນໄອຊີສເຂດພາກພື້ນຂອງ ໄອຊີສ. ກຸ່ມໄດ້ເຮັດການກໍ່ການຮ້າຍໃນທົ່ວ ຟິລິບປິນ, ລວມເຖິງການວາງລະເບີດ, ການລອບຂ້າ ແລະ ການລັກພາຕົວຮຽກຄ່າໄຖ່.

ໃນວັນທີ 8 ຕຸລາ 1997, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ ASG ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ຕໍ່ມາໃນວັນທີ 23 ກັນຍາ 2021, ກຸ່ມ ASG ມີຊື່ໃນພາກຜນວກກັບ ຄຳສັ່ງພິເສດຂອງຝ່າຍບໍລິຫານ13224. ຍ້ອນການຕັ້ງຊື່ນີ້ ແລະ ພ້ອມກັບຜົນຕາມມາອື່ນໆ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ASG ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ກຸ່ມ ASG. ນອກຈາກນັ້ນ, ມັນເປັນໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ASG ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

Skip to content