ກ່ຽວກັບ
ມີຫລາຍວິທີໃນການເພີ່ມຄວາມປອດໄພສ່ວນຕົວຂອງທ່ານຂະນະທີ່ໃຊ້ ບຣາວເຊີ Onion Router (TOR). ນອກເໜືອກຈາກການໃຊ້ TOR, ພວກເຮົາແນະນຳໃນການໃຊ້ ບໍລິການເຄືອຂ່າຍສ່ວນຕົວສະເໝືອນ (VPN) ເພື່ອເສີມຄວາມປອດໄພຂອງການຈະລາຈອນເວັບຂອງທ່ານ. ໂດຍການເຊື່ອມຕໍ່ກັບທີ່ຕັ້ງເຊີບເວີ ນອກປະເທດຂອງທ່ານກ່ອນໃຊ້ TOR, ການຈະລາຈອນເວັບຂອງທ່ານແມ່ນຈະຖືກປົກປ້ອງຫລາຍຍິ່ງຂຶ້ນຈາກການຕິດຕາມຄວບຄຸມ. ດ້ານໃນຂອງ ບຣາວເຊີ TOR, ຈະມີການກຳນົດຄ່າເພີ່ມເຕີມຈຳນວນໜຶ່ງທີ່ແນະນຳໃຫ້ໃນພາກ “ຄວາມປອດໄພ ແລະຄວາມໝັ້ນຄົງ” ພາຍໃນ TOR. ກ່ອນອື່ນໝົດ, ເປີດໃຊ້ງານ VPN ຂອງທ່ານ. ຈາກນັ້ນ:
- ເປີດ ບຣາວເຊີ TOR
- ເຂົ້າໄປທີ່ ການຕັ້ງຄ່າ TOR ແລະເລືອກ “ຄວາມເປັນສ່ວນຕົວ ແລະຄວາມປອດໄພ”
- ເລືອກກ່ອງ “ລຶບຄຸກກີ້ ແລະຂໍ້ມູນເວັບໄຊທ໌ໃນເວລາບຣາວເຊີ TOR ຖືກປິດ”
- ເລື່ອນລົງຫາພາກປະຫວັດ: ປ່ຽນແປງການຕັ້ງຄ່າເປັນ “ບໍ່ຈົດຈຳປະຫວັດ”
- ເລື່ອນລົງຫາການອະນຸຍາດ: ຄລິກ ການຕັ້ງຄ່າສຳລັບ ກ້ອງຖ່າຍຮູບ ເລືອກ “ບລັອກຄຳຂໍໃໝ່ທີ່ຮ້ອງຂໍການເຂົ້າເຖິງ ກ້ອງຖ່າຍຮູບຂອງທ່ານ.” ເຮັດຄືກັນສຳລັບ ໄມໂຄຣໂຟນ. ສຳລັບຄວາມປອດໄພເພີ່ມຕື່ມ ໃຫ້ປົກປິດ ກ້ອງຖ່າຍຮູບດ້ານໜ້າໃນ ອຸປະກອນຂອງທ່ານດ້ວຍເທບ ຫລື ເຄື່ອງປິດບັງ.
- ເລື່ອນຫາຄວາມປອດໄພ: ຄລິກ “ປອດໄພທີ່ສຸດ” ນີ້ຈະປິດໃຊ້ງານຟັງຊັນສະເພາະໜຶ່ງພາຍໃນ TOR ແຕ່ຈະອະນຸຍາດສຳລັບການເຊື່ອມຕໍ່ທີ່ປອດໄພທີ່ສຸດ.
- ເລື່ອນຫາໂໝດ HTTPS ເທົ່ານັ້ນ: ຄລິກເປີດໃຊ້ງານ ໂໝດ HTTPS ເທົ່ານັ້ນໃນໜ້າຕ່າງທັງໝົດ. ນີ້ຈະຮັບປະກັນການເຊື່ອມຕໍ່ທັງໝົດຂອງທ່ານຖືກເຂົ້າລະຫັດ ແລະປອດໄພ.
- ເຂົ້າຫາການຕັ້ງຄ່າ “TOR” ຢູ່ໃຕ້ “ຄວາມເປັນສ່ວນຕົວ ແລະ ຄວາມປອດໄພ”
- ເລືອກກ່ອງ “ໃຊ້ຕົວເຊື່ອມ”
- ຄລິກ “ຮ້ອງຂໍຕົວເຊື່ອມຈາກ torproject.org”
- ປ້ອນເຂົ້າ captcha.
- ໃຊ້ https://coveryourtracks.eff.org ແລະ https://ipleak.net ສຳລັບເບິ່ງຂໍ້ມູນການລະບຸຕົວຕົນຫຍັງແດ່ອາດຍັງຄົງປາກົດຢູ່ ເຊິ່ງສາມາດລະບຸຕົວຕົນທ່ານໃນ ຄອມພິວເຕີ ແລະຈະລາຈອນເວັບຂອງທ່ານ.
ວິທີປອດໄພເພື່ອເຊື່ອມຕໍ່ກັບ TOR ແລະສາຍການສົ່ງເບາະແສ TOR ຂອງ ລາງວັນເພື່ອຄວາມຍຸຕິທຳ:
- ທ່ານເອງໃຊ້ບໍລິການ VPN ທີ່ເຊື່ອຖືແບບເສຍຄ່າທຳນຽມ. ບໍລິການ VPN ຟຣີບໍ່ອາດປອດໄພສະເໝີໄປ.
- ເຊື່ອມຕໍ່ອຸປະກອນຂອງທ່ານໂດຍໃຊ້ບໍລິການ VPN ທີ່ເຊື່ອຖືໄດ້ໄປຍັງທີ່ຕັ້ງນອກປະເທດຈາກບ່ອນທີ່ທ່ານກຳລັງເຂົ້າເຖິງ TOR.
- ເປີດບຣາວເຊີ TOR
- ກຳນົດຄ່າການຕັ້ງຄ່າຄວາມປອດໄພ TOR ຕາມທີ່ເໝາະສົມ.
- ສຳລັບຄວາມປອດໄພເພີ່ມເຕີມ, ໃຊ້ proxy ທາງກາຍະພາບເຊັ່ນດັ່ງຕົວທີ່ຢູ່ໃນ ຮ້ານກາເຟ ຫລື ລັອບບີ້ຂອງ ໂຮງແຮມ ເພື່ອທີ່ການເຊື່ອມຕໍ່ບໍ່ສາມາດລະບຸຈຸດທີ່ຕັ້ງເຮືອນຕົວຈິງຂອງທ່ານ.
ລິ້ງຫາຂໍ້ມູນຄວາມປອດໄພຂອງ TOR:
- ຂໍ້ມູນສຳລັບ ຕົວເຊື່ອມ TOR: Visit External Link.
- ຂໍ້ມູນສຳລັບຄວາມປອດໄພ TOR: https://tb-manual.torproject.org/security-settings/.
